ທີ່ອະເມຣິກາ ບັນດາປະຊາຊົນທົ່ວໄປ ທີ່ມີທຶນນ້ອຍ ຢູ່ຕລາດຫຸ້ນພາກັນຂາຍຫຸ້ນຖິ້ມໄປ ເພື່ອກຳເອົາເງິນສົດໄວ້. ແຕ່ມີບາງຄົນໂຊກດີ ໄດ້ຊື້ຄຳເອົາໄວ້ ກໍໄດ້ກຳໄຣຢ່າງງາມ ເພາະວ່າ ຣາຄາຄຳຖີບຕົວຂຶ້ນກາຍ $1,800 ຕໍ່ ounce. ພຽງແຕ່ປີດຽວເທົ່ານັ້ນ ຣາຄາຄຳ ແລ່ນຂຶ້ນເຖິງ 50%ຈາກປະມານ $1,200 ໃນເດືອນ ແປດ ປີແລ້ວຈົນເຖິງຣາຄາສຸງແບບປວັດການໃນທຸກມື້ນີ້.
ຫລາຍຄົນຄາດວ່າ ຣາຄາຄຳອາດຈະແລ່ນຂຶ້ນເຖິງ $2,000 ຫລືກາຍັນ້ນ ພາຍໃນ 6 ເດືອນຂ້າງຫນ້ານີ້.
ບັນຫາຕລາດການເງິນນີ້ ສ້າງໃຫ້ເສຖກິດ ທົ່ວໄປກັງວົນໄປຫມົດ. ການບໍຣິໂພກສິນຄ້າລຸດລົງ ເພາະປະຊາຊົນເປັນຫ່ວງນຳຣາຍໄດ້ ທາງບໍຣິສັດຕັດການຜລິດລົງ ຍ້ອນຄວາມຕ້ອງການສິນຄ້າຢູ່ທ້ອງຕລາດລຸດລົງ ສນັ້ນຄວາມຕ້ອງການພນັກງານກໍມີນ້ອຍລົງ ໄປຕາມໆກັນ ເຮັດໃຫ້ປະຊາຊົນອະເມຣິກາຕົກງານເຖິງ 25 ລ້ານຄົນ.
ບາງທີເສຖກິດໂລກ ຈະຫົດຕົວກັນເປັນ ອີກເທື່ອນຶ່ງ ຕໍ່ເນື່ອງຈາກຫົດຕົວຄັ້ງແລ້ວໃນ ປີ 2008.
ທາງຣັຖບານແຕ່ລະປະເທດທີ່ມີເສຖກິດພັທນາແລ້ວ ເປັນຕົ້ນແມ່ນ ອະເມຣິກາ ເອີຣົບ ຍີ່ປຸ່ນ ພ້ອມດວ້ຍປະເທດຈີນ ຈະຮ່ວມມືກັນແກ້ໄຂບັນຫາເສຖກິດແບບໃດນັ້ນ ທາງຕລາດຍັງລໍຄອຍຢູ່.
ແຕ່ໃນໄລຍະນີ້ ຜູ່ຊ່ຽວຊານທາງດ້ານເສຖກິດຫລາຍທ່ານວ່າ ໃຫ້ທຸກໆຄົນຫັດສາຍແອວໄວ້ໃຫ້ດີ ເພາະວ່າສພາບການເງິນຂອງໂລກແຕ່ນີ້ຈົນເຖິງ ທ້າຍປີ 2012 ຈະມີການເຫນັງຕີງຫລາຍທີ່ສຸດ.