Monday, September 26, 2011

ຄຶດເຫັນຕອນຢູ່ສຸນຫນອງຄາຍ

Courtesy: http://isaanstyle.blogspot.com/

ເມື່ອຜ້າເຕັ້ນຢາງ ສີຟ້າຢາຍກັນຢູ່ແຄມຖນົນ ພາໃຫ້ຫວນຄຶດເຫັນຕອນ ສະຫະປະຊາຊາດປຸກຕູບໄຫມ່ໃຫ້ ຢູ່ເດີນບັນສູນມົ້ງ ຫລັງຈາກໄຟໄຫມ້ ສູນໃຫຍ່ອົພຍົບລາວ ທີ່ຫນອງຄາຍໃນປີ 1980.

ແຕ່ທຽບແລ້ວ ຊາວອຸບົນໃນຮູບນີ້ຍັງໂຊກດີຫລາຍ ຫນີນ້ຳຖ້ວມເທົ່ານັ້ນ ບໍ່ຈັກມື້ກໍກັບບ້ານ ໄດ້ຕາມສບາຍ ແຕ່ພວກຢູ່ຫນອງຄາຍເປັນແສນໆຄົນຫັ້ນ ແຕກກະຈາຍກັນໄປທົ່ວມູມໂລກ ໄປສ້າງບ້ານ ສ້າງຊີວິດໃຫມ່ຢູ່ປະເທດອື່ນ...

ເຊີນເບິ່ງຮູບແລະຄຳຣາຍງານຂອງນັກບລອກ ຄົນອົສຕຣາເລັຍ ກ່ຽວກັນພັຍນຳຖ້ວມທີ່ເມືອງອຸບົນ ປະເທດໄທຍ.

http://isaanstyle.blogspot.com/

Tuesday, September 13, 2011

ຢ້ອນຫລັງເບິ່ງ 10ປີທີ່ຜ່ານມາ


ວັນອາທິດ ວັນທີ່ 11 ເດືອນ 9 ປີ 2011 ປະຊາຊົນອະເມຣິກັນ ທັງຊາດໄດ້ພາກັນຈົດຈຳຄົບຮອບ 10ປີ ຂອງການກໍ່ວິນາສກັມ 9/11.

ເມື່ອທວນຄືນຫລັງແລ້ວ ປະຊາຊົນອະເມຣິກາພາກັນຮູ້ສຶກວ່າໂລກນີ້ມີການປ່ຽນແປງຫລາຍໃນຊີວິດຂອງແຕ່ລະຄົນ ພາຍໃນ10ປີທີ່ຜ່ານມາ. ໂດຍສະເພາະແລ້ວແມ່ນການສັນຈອນ ທາງອາກາດ ກໍບໍ່ສະດວກເຫມືອນແຕ່ກ່ອນ. ກ່ອນຈະຂຶ້ນຍົນ ຜູ່ໂດຍສານຕ້ອງມາຮອດສນາມບິນກ່ອນສອງຊົ່ວໂມງເປັນຢ່າງນ້ອຍ ແລະຕ້ອງປົດເກີບ ພ້ອມທັງມີການກວດຂັນອື່ນໆນາໆກັນຢ່າງເຄັ່ງຄັດ.
ນອກນັ້ນແລ້ວ ທາງຣັຖບານມີສິດສອດຮູ້ສອດເຫັນ ກ່ຽວກັນການເຂື່ອນໄຫວ ທາງດ້ານສ່ວນຕົວ ຂອງປະຊາຊົນໄດ້ຫລາຍກວ່າເກົ່າ. ຕົວຢ່າງ ໃນການໃຊ້ອິນເຕີເນັດ ທາງຣັຖບານສາມາດອ່ານອີແມວ ຂອງແຕ່ລະບຸກຄົນໄດ້ຖ້າຕ້ອງການ ແລະທາງຣັຖສາມາດກວດສອບເບິ່ງວ່າ ແຕ່ລະຄົນໄປຢືມປື້ມຫຍັງແດ່ ຈາກຫໍສະມຸດມາອ່ານ ແລະຕົວຢ່າງອື່ນໆອີກ.

ຖ້າມາເວົ້າເຖິງ ການເຄື່ອນໄຫວທາງດ້ານເງິນກໍເຊັ່ນດຽວກັນ ຣັຖບານສາມາດຕິດຕາມໄດ້ທຸກບ້ານກ້າວ ໃນການຫມູນເງິນຂອງແຕ່ລະບຸກຄົນໄດ້ງ່າຍກວ່າເກົ່າ ເພາະວ່າກົດຫມາຍໃຫມ່ (Patriot Act) ອະນຸມັດໃຫ້.

ບາດນີ້ມາເວົ້າເຖິງ ທາງດ້ານການຕລາດຊັພເດ ແຕ່ລະປະເພດຂອງການລົງທຶນ ຖ້າພວກເຮົາທົບທວນຜົນງານອອກມາມີຫຍັງແດ່ໃນໄລະຍະ 10ປີຜ່ານມາ? ການລົງທຶນປະເພດໃດ ໄດ້ກຳໄຣຫລາຍກວ່າຫມູ່ ໃນໄລຍະຂອງ ວັນທີ່ 11/9/2001 ຫາ 11/9/2011?

ອີງຕາມຕລາງຂ້າງລຸ່ມນີ້ ຄຸນຄ່າຂອງທາດເງິນຖີບຕົວຂຶ້ນ 9ເທົ່າຕົວຈາກ $4.16 $41.57, ຄຳຂຶ້ນເກືອບ 6ເທົ່າຕົວ ນ້ຳມັນຂຶ້ນກາຍ 2 ເທົ່າຕົວ ແລະເງິນໂດລາ ຕົກຣາຄາປະມານ 1/3.

ອີກ 10ປີຕໍ່ໄປເດ ມີຫຍັງແດ່ຈະປ່ຽນແປງອີກ ແລ້ວພວກເຮົາຄ່ອຍມາລົມກັນໄຫມ່ ໃນປີ 2021 ຖ້າໂລກບໍ່ຣະເບີດກ່ອນ ປີ 2012 (ເວົ້າຕາລົກຊື່ໆເດີ!).